"Dreamage" Besedila
"Dreamage" ima besedila v laoški jeziku.
Pomen »Dreamage« prihaja iz laoški jezika in trenutno ni pretvorjen v angleški prevod.
Tanu Vannasin
Track 4: ຄວາມຝັນນັ້ນງົດງາມແຕ່ | Dreamage
Album: Aftergrow
Written and Composed by Vannasin THIPAPHAY
Produced by Phousy Keovongsa, Kiengkay Xayavong & Vannasin THIPAPHAY
Mixed and Mastered by Phousy Keovongsa (Tension Lab)
Choirs: Sanyanout THIPAPHAY
Studio Recording at Tension Lab
Dreamage | Lyric
ສິ້ນສຸດເສັ້ນທາງທີ່ເຮົາເດີນ
ຄວາມຈິງເຮົາບໍ່ອາດຝືນກັນໄປ
ທຸກສິ່ງໜັກໜາເກີນທານໄຫວ
ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າເມື່ອຍແບບນີ້
ຂ້ອຍພະຍາຍາມທີ່ສຸດແລ້ວ
ຂ້ອຍເຮັດໄດ້ພຽງເທົ່ານີ້ຄົນດີ
ແລະມັນຄົງບໍ່ມີວິທີ
ຈະຫຼີກໜີຄວາມທຸກນີ້ໄປໄດ້ເລີຍ
ໃຫ້ຂ້ອຍໄປຫາເຫດຜົນທີ່ເຈົ້າຄວນຢູ່
ຂ້ອຍຮູ້ບໍ່ມິຄວາມໝາຍ
ຂ້ອຍຈະຢືນສົ່ງຍິ້ມໃຫ້ເຈົ້າຢູ່ບ່ອນນີ້
ເກັບຄວາມຮັກເຈົ້າທີ່ມີແລ້ວຍ່າງຕໍ່ໄປໃຫ້ໄກ
ສຸດທ້າຍຄວາມຈິງ
ຄວາມຝັນເຈົ້າຕ້ອງແຍກມັນອອກໃຫ້ໄດ້
ຫາກຝືນຍ່າງຕໍ່ໄປເຈົ້ານັ້ນຈະເສຍໃຈ
ຂ້ອຍພຽງຂໍໃຫ້ເຈົ້າໄດ້ ແລະ ຂ້ອຍຈະບໍ່ເສຍໃຈ
ຖ້າເຈົ້ານັ້ນໄດ້ຈາກໄປກັບສິ່ງທີ່ດີ
ເຈົ້າຍັງງົດງາມດັ່ງພາບຝັນ
ເຮົາຈະຕຶ່ນຂຶ້ນມາພົບກັນໃນນີ້
ແຕ່ມັນຄົງບໍ່ວິທີຈະຫຼີກໜີຄວາມທຸກນີ້ໄປໄດ້ເລີຍ
ອາດມີເປັນລ້ານເຫດຜົນທີ່ເຈົ້າຄວນຢູ່
ແຕ່ຮູ້ບໍ່ມີຄວາມໝາຍ
ຂ້ອຍຈະຢືນສົ່ງຍິ້ມໃຫ້ເຈົ້າຢູ່ບ່ອນນີ້
ເກັບຄວາມຮັກເຈົ້າທີ່ມີແລ້ວຍ່າງຕໍ່ໄປໃຫ້ໄກ
ສຸດທ້າຍຄວາມຈິງ
ຄວາມຝັນເຈົ້າຕ້ອງແຍກມັນອອກໃຫ້ໄດ້
ຫາກຝືນຍ່າງຕໍ່ໄປ ເຈົ້ານັ້ນຈະເສຍໃຈ
ຂ້ອຍພຽງຂໍໃຫ້ເຈົ້າໄດ້ ແລະ ຂ້ອຍຈະບໍ່ເສຍໃຈ
ຖ້າເຈົ້ານັ້ນໄດ້ຈາກໄປກັບສິ່ງທີ່ດີ
ເກັບມັນໄວ້ພຽງຄຳວ່າຮັກ
ເກັບມັນໄວ້ເປັນສິ່ງສວຍງາມຂອງຊີວິດ
ເກັບມັນໄວ້ເປັນຄວາມຊົງຈຳ
ແຕ່ຈົ່ງລືມທຸກຄຳສັນຍາ
ຂ້ອຍຈະຢືນສົ່ງຍິ້ມໃຫ້ເຈົ້າຢູ່ບ່ອນນີ້
ເກັບຄວາມຮັກເຈົ້າທີ່ມີແລ້ວຍ່າງຕໍ່ໄປໃຫ້ໄກ